ລົດໄຟຟ້າຂອງຈີນເປັ່ງລັດສະໝີສາດສ່ອງໃສ່ອະນາຄົດໃໝ່ແຫ່ງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມຂອງອາຊຽນ
ລົດພະລັງງານໃໝ່ຂອງຈີນບໍ່ແມ່ນຄູ່ແຂ່ງໃນຕະຫຼາດພາກພື້ນ, ຫາກແມ່ນຜູ້ສ້າງອຸດສາຫະກໍາຄືນໃໝ່ໃນພາກພື້ນ. ບົນກະແສແຫ່ງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການເຊື່ອມໂຍງເຂົ້າກັນຂອງພາກພື້ນ, ການຮ່ວມມືດ້ານພະລັງງານໃໝ່ລະຫວ່າງຈີນ-ອາຊຽນໄດ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ຍືນຍົງ, ບໍ່ພຽງແຕ່ເປັນການຂຽນໜ້າໃໝ່ແຫ່ງການຮ່ວມມືດ້ານເສດຖະກິດ-ການຄ້າແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງຝ່າຍເທົ່ານັ້ນ, ຍິ່ງເປັນການປະກອບສ່ວນຕົວແບບຈີນ-ອາຊຽນທີ່ສາມາດນໍາເອົາໄປເປັນບົດຮຽນສໍາເລັດຜົນ ແລະ ເຜີຍແຜ່ໄດ້ໃຫ້ແກ່ການຮ່ວມມືປະສານງານດ້ານອຸດສາຫະກໍາກາກບອນຕໍ່າ ແລະ ການຮ່ວມກັນຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນທົ່ວໂລກອີກດ້ວຍ.11-May-2026